BANNER DSA new1  

ຫ້ອງ 105, ໂທ: 021 255035

ມີ ພະນັກງານທັງໝົດ 05 ທ່ານ.

 ທ່ານ ເຂັມເພັດ ສາຍມະນີ   ຫົວໜ້າສູນບໍລິການນັກສຶກສາ
 ທ່ານ ນາງ ມະຍຸລາ ພົມມະດີ  ຮອງຫົວໜ້າສູນ
 ທ່ານ ນາງ ຈັນສຸດາ ກົມປະຊາ  ວິຊາການ 
 ທ່ານ ຍອດອຸດົມ ພູຄຳໃບ  ວິຊາການ
 ທ່ານ ຄຳຟອງ ເລືອງກາທີ  ວິຊາການ
ສູນບໍລິການນັກສຶກສາ ມີ ໜ້າທີ່ ດັ່ງນີ້:
  • ຄົ້ນຄວ້າ, ສັງລວມ ແລະ ສ້າງ ແຜນພັດທະນາວຽກງານ ພາຍໃນສູນບໍລິການນັກສຶກສາ;
  • ບໍລິການ ເອກະສານ ແລະ ໃຫ້ຂໍ້ມູນດ້ານການສຶກສາຕ່າງປະເທດ;
  • ຮັບ ແລະ ກວດເອກະສານໄປຮຽນ ແລະ ກັບຈາກຕ່າງປະເທດ;
  • ປະສານງານກັບອົງການຈັດຕັ້ງສາກົນ, ສະຖານການສຶກສາຕ່າງປະເທດ ເພື່ອອຳນວຍຄວາມສະດວກໃຫ້ນັກຮຽນ,ນັກສຶກສາ ແລະ ນັກຄົ້ນຄວ້າ ທີ່ໄປສຶກສາຕ່າງປະເທດ;
  • ໃຫ້ຄໍາປຶກສາ ແນະນໍານັກຮຽນ-ນັກສຶກສາ ແລະ ສັງຄົມ ກ່ຽວກັບ ວຽກງານກິດຈະການນັກສຶກສາ;
  • ຄົ້ນຄວ້າ ແລະ ສັງລວມ ສະຖານການສຶກສາຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງເປັນຖານຂໍ້ມູນໃນການຊອກວິຊາຮຽນເທີິງໜ້າເວັບໄຊ ຂອງກົມ;
  • ໂຄສະນາ ເຜີຍແຜ່ ນິຕິກຳຕ່າງໆ ກ່ຽວກັບວຽກງານກິດຈະການນັກສຶກສາ ແລະ ແນະນຳຂົງເຂດວິຊາຮຽນ ແກ່ນັກຮຽນ-ນັກສຶກສາ ແລະ ສັງຄົມ;
  • ປະຖົມນິເທດ ນັກຮຽນ-ນັກສຶກສາ ກ່ອນໄປຮຽນ, ສຶກສາຕ່າງປະເທດ ແລະ ຫຼັງກັບຄືນປະເທດ;
  • ປະສານສົມທົບກັບບັນດາພະແນກ ແລະ ສູນ ພາຍໃນກົມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ;
  • ກວດກາ, ຕິດ​ຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດ​ວຽກ​ງານພາຍໃນສູນ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
  • ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງ​ຄະນະກົມ.

Print