BANNER DSA new1  

ຫ້ອງ 107-108, ໂທ: 021 255033-34

ມີ ພະນັກງານທັງໝົດ 08 ທ່ານ.

 ທ່ານ ຫົງທອງ ຈັນທະວົງ    ຫົວໜ້າພະແນກ 
 ທ່ານ ນາງ ລານີ ຈັນທະວົງ   ຮອງຫົວໜ້າພະແນກ 
 ທ່ານ ນາງ ທິບພະວົງ ຜິວມະນີລອນ  ຮອງຫົວໜ້າພະແນກ 
 ທ່ານ ນາງ ວັນນາລີ ເຫກສົມບັດ  ວິຊາການ 
 ທ່ານ ນາງ ສອນສຸດາ ກັນທະພູມ  ວິຊາການ 
 ທ່ານ ນາງ ຂັນທະລີ ແກ້ວນະຄອນ  ວິຊາການ 
 ທ່ານ ພູເງິນ ວິລະວົງ  ວິຊາການ 
 ທ່ານ ສາຍຍັນ ຈັນທະວິວັດ  ວິຊາການ 
ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ ມີ ໜ້າທີ່ ດັ່ງນີ້:
  • ຄົ້ນຄວ້າ, ສັງລວມ ແລະ ສ້າງ ແຜນພັດທະນາ ວຽກງານພາຍໃນພະແນກ;
  • ພົວພັນ ແລະ ປະສານສົມທົບ ກັບ ກະຊວງ, ອົງການທຽບເທົ່າ, ຫ້ອງການ, ກົມ, ສະຖາບັນ, ສູນ, ອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຄົ້ນຄວ້າແຫຼ່ງທຶນສະໜັບສະໜູນການສຶກສາ;
  • ຄົ້ນຄວ້າ, ແຈ້ງທຶນການສຶກສາ, ສັງລວມເອກະສານຜູ້ສະໝັກທຶນ, ກະກຽມເອກະສານເພື່ອຄັດເລືອກ ນັກຮຽນ, ນັກສຶກສາ ແລະ ນັກຄົ້ນຄວ້າ ເພື່ອສະເໜີ​ລັດ​ຖະ​ມົນ​ຕີ​ ຂໍອະ​ນຸ​ມັດ;
  • ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ຜູ້ໃຫ້ທຶນ ເພື່ອດຳເນີນການຈັດສົ່ງນັກຮຽນ, ນັກສຶກສາແລະ ນັກຄົ້ນຄວ້າ ໄປສຶກສາຕ່າງປະເທດ;
  • ຄຸ້ມຄອງ, ຕິດຕາມ ສະພາບການຕ່າງໆ ຂອງ ນັກຮຽນ,ນັກສຶກສາ ແລະ ນັກຄົ້ນຄວ້າ ທີ່ີໄປສຶກສາຕ່າງປະເທດ ແລະ ນັກສຶກສາຕ່າງປະເທດ ທີ່ສຶກສາ ຢູ່ ສປປ ລາວ;
  • ຮ່າງຂໍ້ຕົກລົງໃຫ້ນັກຮຽນ, ນັກສຶກສາ ແລະ ນັກຄົ້ນຄວ້າລາວ ໄປຮຽນຕໍ່ຕ່າງປະເທດ ແລະ ຮ່າງຂໍ້ຕົກລົງໃຫ້ນັກສຶກສາຕ່າງປະເທດ ມາຮຽນຢູ່ ສປປ ລາວ;
  • ຄົ້ນຄວ້າ ຮ່າງໜັງສືນໍາສົ່ງ, ໜັງສືຢັ້ງຢືນ ນັກສຶກສາ ແລະ ນັກຄົ້ນຄວ້າ ກັບຈາກຕ່າງປະເທດ;
  • ຮ່າງສະໂໜດນຳສົ່ງຂໍ້ຕົກລົງໄປຍັງກົມຮ່ວມມືກັບຕ່າງປະເທດ ເພື່ອສົ່ງຕໍ່ກະຊວງການຕ່າງປະເທດ;
  • ສັງລວມ ນັກຮຽນ, ນັກສຶກສາ ແລະ ນັກຄົ້ນຄວ້າ ​ທີ່​ໄປ​ສຶກສາຕ່າງ​ປະ​ເທດ, ກຳລັງຮຽນ ຢູ່ຕ່າງປະເທດ, ກັບຈາກຕ່າງປະເທດ ແລະ ນັກສຶກສາຕ່າງປະເທດ ທີ່ສຶກສາ ຢູ່ ສປປ ລາວ;
  • ປະສານ​ສົມທົບ ກັບ ສຳນັກງານຜູ້ຕາງໜ້າ ​ແຫ່ງ ສປປ ລາວ ປະ​ຈໍາຢູ່​ຕ່າງປະ​ເທດ ແລະ ພາກສ່ວນ ກ່ຽວຂ້ອງໃນການນໍາສົ່ງນັກຮຽນ,ນັກສຶກສາ ແລະ ນັກຄົ້ນຄວ້າ ກັບຈາກຕ່າງປະເທດ;
  • ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ພາຍໃນວຽກງານກິດຈະການນັກສຶກສາ;
  • ປະສານສົມທົບກັບບັນດາພະແນກ ແລະ ສູນ ພາຍໃນກົມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ;
  • ກວດກາ, ຕິດ​ຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດ​ວຽກ​ງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
  • ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງ​ຄະນະກົມ.

Print